NETS

NETS (Network for Teachers and Students) ໄດ້ຖືກພັດທະນາໂດຍ APCEIU ເພື່ອຈຸດປະສົງຂອງການແລກປ່ຽນຄວາມຮູ້ ແລະ ປະສົບການທີ່ໄດ້ຮັບຈາກ APTE (Asia-Pacific Teacher Exchange for Global Education) ແລະການສ້າງຊຸມຊົນອອນໄລນ໌ສໍາລັບການແລກປ່ຽນການສຶກສາ, ແລະ ມີຈຸດປະສົງສົ່ງເສີມການພົວພັນ ແລະ ການຮ່ວມມືລະຫວ່າງ ຄູອາຈານ, ນັກຮຽນ, ແລະ ໂຮງຮຽນ. ໂດຍຜ່ານເຄື່ອງມືອອນໄລນ໌ທີ່ຫຼາກຫຼາຍ, NETS ຊ່ວຍໃຫ້ນັກຮຽນສາມາດສ້າງເຄືອຂ່າຍການສຶກສາຂ້າມໂດຍບໍ່ມີຂອບເຂດ, ສົ່ງເສີມການຮຽນຮູ້ ແລະ ການປະຕິບັດໃນການສຶກສາເພື່ອຄວາມເຂົ້າໃຈສາກົນ (EIU) ແລະ ການສຶກສາພົນລະເມືອງທົ່ວໂລກ (GCED), ແລະ ສົ່ງເສີມການຮ່ວມມື ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.

Main features
  • ເຄືອຂ່າຍລະຫວ່າງຄູອາຈານ ແລະ ນັກຮຽນ

    NETS ໄດ້ນຳສະເໜີແພັຣດຟອມອອນໄລນ໌ທີ່ສາມາດຕອບສະໜອງເຄືອຂ່າຍການສື່ສານທີ່ມີປະສິດທິພາບໃຫ້ແກ່ຄູອາຈານ ແລະ ນັກຮຽນໂດຍບໍ່ມີຂອບເຂດ. ຄູອາຈານ ແລະ ນັກຮຽນສາມາດຮຽນຮູ້ ແລະ ປະສານງານກັບ GCED ໂດຍການມີສ່ວນຮ່ວມຢ່າງຫ້າວຫັນໃນສັງຄົມອອນໄລນ໌ທີ່ມີຄວາມຫຼາກຫຼາຍ.

  • ຜູ້ເຂົ້າຮ່ວມໂຄງການ APTE ແລະ ການສະໜັບສະໜຸນຈາກນິສິດເກົ່າ

    NETS ໄດ້ເອື້ອອຳນວຍປຶ້ມຄູ່ມືການສຶກສາ ແລະ ວິດີໂອບັນຍາຍອອນໄລນ໌ທີ່ຫຼາກຫຼາຍຈາກຫ້ອງຮຽນໃນອະດີດ, ປະຈຸບັນ ແລະ ອະນາຄົດເພື່ອຕອບສະໜອງການສຶກສາທີ່ມີຄຸນະພາບໃຫ້ແກ່ນັກສຶກສາຈາກ APTE ທີ່ຈົບແລ້ວ, ກຳລັງສຶກສາ ແລະ ກຳລັງຈະເຂົ້າສຶກສາ.

  • ການສະຫນອງໂອກາດການຮຽນຮູ້ສໍາລັບ GCED ຜ່ານອອນໄລນ໌

    NETS ໄດ້ເອື້ອອຳນວຍຄູອາຈານ ແລະ ນັກຮຽນດ້ວຍຂໍ້ມູນການຮຽນການສອນອອນໄລນ໌ຂອງ GCED ທີ່ຫຼາກຫຼາຍເພື່ອອໍານວຍຄວາມສະດວກໃຫ້ແກ່ການຮຽນຮູ້ ແລະ ການປະຕິບັດ GCED ທີ່ດີກວ່າໃນຫຼາຍໆດ້ານຂອງສະພາບແວດລ້ອມການສຶກສາ. NETS ໄດ້ສະຫນອງໂອກາດອັນລ້ໍາຄ່າເພື່ອສຶກສາ ແລະ ການປະຕິບັດ GCED ບໍ່ພຽງແຕ່ຢູ່ໃນຫ້ອງຮຽນ ແລະ ໂຮງຮຽນ, ແຕ່ຍັງໄດ້ໃຫ້ໂອກາດໃນການສຶກສາຄົ້ນຄ້ວາກ່ຽວກັບຊີວິດປະຈໍາວັນໂດຍຜ່ານຫຼາກຫຼາຍຊັບພະຍາກອນ, ເຊັ່ນ: ການປະຕິບັດທີ່ດີທີ່ສຸດຂອງ APTE, ການບັນຍາຍ, ປຶ້ມ, ຂ່າວ, ແລະ ເນື້ອຫາບົດຄວາມອື່ນໆທີ່ກ່ຽວຂ້ອງກັບ GCED ແລະ APTE.