EIU & GCED

ການສຶກສາເພື່ອຄວາມເຂົ້າໃຈສາກົນ (EIU) ແມ່ນການສຶກສາຮອບດ້ານ ແລະ ຫຼາຍມິຕິເພື່ອສົ່ງເສີມວັດທະນະທໍາແຫ່ງສັນຕິພາບ. EIU ແມ່ນຮາກຖານແນວຄວາມຄິດຂອງສັນຕິພາບທີ່ແທ້ຈິງ, ເຊິ່ງມີຈຸດປະສົງທີ່ບໍ່ພຽງແຕ່ຫຼຸດຜ່ອນສົງຄາມ. EIU ສະຫນັບສະຫນູນປະຊາທິປະໄຕແບບມີສ່ວນຮ່ວມ, ສິດທິມະນຸດແລະກຽດສັກສີ, ຄວາມສະເຫມີພາບທາງດ້ານສັງຄົມ ແລະ ເສດຖະກິດ, ຄວາມຍືນຍົງທາງດ້ານນິເວດວິທະຍາ ແລະ ການປອງດອງຄວາມຂັດແຍ້ງໂດຍສັນຕິ. ດັ່ງນັ້ນ, ອີງຕາມສະພາບການ, EIU ອາດຈະເອີ້ນວ່າການສຶກສາທົ່ວໂລກ, ການສຶກສາສາກົນ, ການສຶກສາສັນຕິພາບ ແລະ ການສຶກສາພົນລະເມືອງທົ່ວໂລກ.

Global Citizenship Education (GCED) ແມ່ນການສຶກສາສຳລັບການຫັນປ່ຽນຮອບດ້ານທີ່ມີຈຸດປະສົງເພື່ອຫັນປ່ຽນຊຸມຊົນທ້ອງຖິ່ນ ແລະ ສາກົນສູ່ຄວາມຍຸຕິທຳ, ສະຫງົບ ແລະ ຍືນຍົງ ໂດຍການຜັນປ່ຽນນັກສຶກສາໃຫ້ກາຍເປັນພົນລະເມືອງທົ່ວໂລກ. GCED ມີເປົ້າໝາຍຊຸກຍູ້ໃຫ້ໃຫ້ຜູ້ຮຽນສາມາດກາຍເປັນຕົວແທນຂອງການປ່ຽນແປງທາງສັງຄົມໂດຍຊຸກຍູ້ "ຄວາມຮູ້ (ສະຕິປັນຍາການຮັບຮູ້) ທີ່ສໍາຜັດຈິດໃຈ (ຂອບເຂດອາລົມ-ສັງຄົມ), ເຊິ່ງນໍາໄປສູ່ການປ່ຽນແປງໃນທາງບວກທີ່ເຊື່ອມຕໍ່ເຖິງພຶດຕິກຳ (ຂອບເຂດພຶດຕິກຳ)". GCEDຊຸກຍູ້ໃຫ້ນັກສຶກສາເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບອຳນາດໃນສັງຄົມທີ່ອີງຕາມວັດທະນະທຳ ແລະ ຊົນຊັ້ນທີ່ຢູ່ເບື້ອງຫລັງບັນຫາທ້ອງຖິ່ນ ແລະ ສາກົນ, ພ້ອມທັງແກ້ໄຂໂດຍເຂົ້າເຖິງແກນຂອງບັນຫາ, ແລະ ນຳພາຫັນປ່ຽນສັງຄົມໄປໃນທາງບວກ.

UNESCO core learning domains of GCED
ຂອບເຂດການຮຽນຮູ້ ເປົ້າໝາຍ
ສະຕິປັນຍາ ໄດ້ ຮັບ ຄວາມ ຮູ້, ຄວາມ ເຂົ້າ ໃຈ ແລະ ແນວ ຄິດເລິກເຊິ່ງ ກ່ຽວ ກັບ ບັນຫາ ທົ່ວ ໂລກ, ພາກ ພື້ນ, ລະດັບ ຊາດ ແລະ ທ້ອງ ຖິ່ນ ແລະ ການ ເຊື່ອມ ໂຍງ ແລະ ການ ເປັນ ເອ ກະ ລາດ ຂອງ ບັນດາ ປະ ເທດ ແລະ ປະຊາກອນ.
ອາລົມ-ສັງຄົມ ເພີ່ມ ທະວີ ຄວາມ ເປັນ ເອກະ ພາບ ຂອງ ມວນ ມະນຸດ, ແບ່ງປັນ ຄຸນຄ່າ ແລະ ຄວາມ ຮັບຜິດຊອບ, ເຫັນ ອົກ ເຫັນ ໃຈ, ສາມັກຄີ, ເຄົາລົບ ຄວາມ ແຕກ ຕ່າງ ແລະ ຄວາມ ຫຼາກ ຫຼາຍ.
ພຶດຕິກຳ ປະພຶດ ຢ່າງ ມີ ຈັນຍາບັນ, ຄວາມ ຮັບຜິດຊອບ ແລະ ໃນ ທາງ ບວກ ໃນ ລະດັບ ທ້ອງ ຖິ່ນ, ລະດັບ ຊາດ ແລະ ສາກົນ ເພື່ອ ໃຫ້ ໂລກ ມີ ສັນຕິພາບ ແລະ ຄວາມຍືນ ຍົງ.