APTE (Asia-Pacific Teacher Exchange for Global Education) ແມ່ນໂຄງການແລກປ່ຽນຄູອາຈານລະຫວ່າງເກົາຫຼີ ກັບ 7 ປະເທດໃນພາກພື້ນອາຊີປາຊີຟິກ (ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມົງໂກເລຍ, ຟີລິບປິນ ແລະ ໄທ). ຄູອາຈານທີ່ຖືກຄັດເລືອກຈາກກະຊວງສຶກສາທິການຈາກປະເທດດັ່ງກ່າວຈະໄດ້ຮ່ວມມືສິດສອນກັບຄູອາຈານທີ່ໂຮງຮຽນຂອງປະເທດເຈົ້າພາບເປັນເວລາ 3 ຫາ 4 ເດືອນ. APTE ມີຈຸດປະສົງເພື່ອບັນລຸເປົ້າໝາຍ SDGs (ເປົ້າໝາຍການພັດທະນາແບບຍືນຍົງ) ແລະ ການສຶກສາ 2030 ໂດຍບໍ່ພຽງແຕ່ເສີມສ້າງຄວາມສາມາດດ້ານການສຶກສາທົ່ວໂລກຂອງແຕ່ລະປະເທດທີ່ເຂົ້າຮ່ວມ, ແຕ່ຍັງຮຽນຮູ້ທີ່ຈະເຄົາລົບວັດທະນະທໍາທີ່ແຕກຕ່າງກັນ ແລະ ແລກປ່ຽນທັດສະນະຄະຕິ ແລະ ທັກສະການສື່ສານພາຍໃຕ້ວັດທະນະທໍາ ແລະ ການສຶກສາ. ຮັບຮູ້ບົດບາດສຳຄັນຂອງຄູໃນການສ້າງການປ່ຽນແປງທາງສັງຄົມ ແລະ ຜົນກະທົບອັນໃຫຍ່ຫຼວງຕໍ່ກັບການກະກຽມຄົນຮຸ່ນໃໝ່ໃຫ້ກາຍເປັນພົນລະເມືອງທົ່ວໂລກ ເຊິ່ງປະກອບສ່ວນໃນການສ້າງໂລກທີ່ມີຄວາມຍຸຕິທຳ, ສະຫງົບສຸກ ແລະ ຍືນຍົງ, APTE ມີເປົ້າໝາຍກະກຽມຄູອາຈານໃຫ້ກາຍເປັນພົນລະເມືອງໂລກໂດຍຜ່ານການໂຄງການແລກປ່ຽນລະຫວ່າງປະເທດ. ສົ່ງເສີມຄູ​ອາ​ຈານ, ນັກຮຽນ, ໂຮງຮຽນ ແລະ ສັງຄົມທ້ອງຖິ່ນ ແລະ ທົ່ວໂລກ​ໃຫ້ມີ​ການ​ປ່ຽນ​ແປງ​ໄປໃນ​ທາງ​ບວກ.